ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການເລື່ອນຊັ້ນໃຫ້ນາຍທະຫານ ແລະ ນາຍຕຳຫຼວດ ຂັ້ນສູງ ທົ່ວກະຊວງ ປກຊ-ປກສ


     ທີ 12 ມັງກອນ 2024 ນີ້, ທີ່ກະຊວງປ້ອງກັນປະເທດ ໄດ້ມີພິທິປະກາດການເລື່ອນຊັ້ນໃຫ້ນາຍທະຫານ ແລະ ນາຍຕຳຫຼວດຂັ້ນສູງ
ທົ່ວກະຊວງປ້ອງກັນປະເທດ, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງ
ສູນກາງພັກ, ເລຂາທິການ ສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີ ພົນເອກ ວິໄລ ຫຼ້າຄຳຟອງ,
ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ປ້ອງກັນຄວາມສະຫງົບ, ມີຄະ
ນະພັກ, ບັນດາຫົວໜ້າກົມ, ຮອງກົມ, ພ້ອມດ້ວຍນາຍທະຫານນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.

     ສະຫາຍ ທອງຈັນ ໂຂງພຸມຄຳ ກຳມະການຄະນະປະຈຳພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ໄດ້ຜ່ານດຳລັດຂອງປະທານປະ
ເທດ ວ່າດ້ວຍການເລື່ອນຊັ້ນນາຍທະຫານ ຊັ້ນພົນຕີ ຂຶ້ນ ຊັ້ນພົນໂທ, ໂດຍຕາມລັດຖະທຳມະນູນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ
ຊາຊົນລາວ (ສະບັບປັບປຸງ ປີ 2015) ມາດຕາ 67 ຂໍ້ 6, ກົດໝາຍ ວ່າດ້ວຍນາຍທະຫານ ກອງທັບປະຊາຊົນລາວ ສະບັບເລກທີ 43/ສພຊ,
ລົງວັນທີ 14 ມິຖຸນາ 2018; ມາດຕາ1: ຕົກລົງເລື່ອນຊັ້ນ ສະຫາຍ ພົນຕີ ວົງຄຳ ພົມມະກອນ ກຳມະການສູນກາງພັກ, ຮອງລັດຖະມົນຕີ
ກະຊວງປ້ອງກັນປະເທດ, ຂຶ້ນຊັ້ນ ພົນໂທ, ອີງຕາມ ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ
ປີ 2015), ກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະ ຊາຊົນ ສະບັບເລກທີ 20/ສພຊ, ລົງວັນທີ 9 ພຶດສະພາ 2017, ວ່າດ້ວຍ
ການເລື່ອນຊັ້ນນາຍຕຳຫຼວດ ຊັ້ນພົນຕີ ຂຶ້ນ ຊັ້ນພົນໂທ ໂດຍຕົກລົງເລື່ອນຊັ້ນ ສະຫາຍ ພົນຕີ ວັນທອງ ກອງມະນີ ກຳມະການສູນກາງພັກ,
ເລຂາພັກແຂວງອັດຕະປື ຂຶ້ນຊັ້ນ ພົນໂທ. ອີງຕາມລັດຖະດຳລັດຂອງປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າ
ດ້ວຍການເລື່ອນຊັ້ນນາຍທະຫານ ຊັ້ນພັນເອກ ຂຶ້ນຊັ້ນ ພົນຈັດຕະວາ, ໂດຍອີງຕາມລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະ
ໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015) ມາດຕາ 67, ຂໍ້ 6, ກົດໝາຍວ່າດ້ວຍນາຍທະຫານ ກອງທັບປະຊາຊົນລາວ ສະບັບເລກທີ
43/ສພຊ, ລົງວັນທີ 14 ມີຖຸນາ 2018, ມາດຕາ1: ຕົກລົງເລື່ອນຊັ້ນນາຍທະຫານ ຊັ້ນພັນເອກ ຂຶ້ນຊັ້ນ ພົນຈັດຕະວາ ຈຳນວນ 07 ສະຫາຍ
ຄື: ສະຫາຍ ພັນເອກ ຄຳເມືອງ ໂຄດວົງຄູນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫົວພັນ, ສະຫາຍ ພັນເອກ ບຸນຜອງ ບຸດ
ທະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ສະຫາຍ ພັນເອກ ຄຳເຫຼັກ ວົງດອນໄຊ ຫົວໜ້າກົມກົດລັບ ກົມໃຫຍ່ເສ
ນາທິການກອງທັບ, ສະຫາຍ ພັນເອກ ອຳພາວັນ ມະນີວົງ ຫົວໜ້າກົມມາດຕະຖານວັດແທກຄຸນນະພາບ ກົມໃຫຍ່ເຕັກນິກກອງທັບ, ສະ
ຫາຍ ພັນເອກ ຄຳສິງ ລືເດດສົມບັດ ຫົວໜ້າຫ້ອງການ ກົມໃຫຍ່ເຕັກນິກກອງທັບ, ສະຫາຍ ພັນເອກ ໂສພາວັນ ທຳມະເທວາ ຫົວໜ້າການ
ເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ສະຫາຍ ພັນເອກ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງ ກອງບັນຊາການທະຫານ
ແຂວງຫຼວງພະບາງ ແລະ ຕົກລົງເລື່ອນຊັ້ນນາຍທະຫານ ຊັ້ນພັນໂທ ຂຶ້ນຊັ້ນ ພັນເອກ ຈຳນວນ 49 ສະຫາຍຄື: ພັນໂທ ຈັນທະລາ ພົມມະ
ບັດ ຮອງຫົວໜ້າກົມກົດລັບ ກົມເສນາທິການກອງທັບ, ພັນໂທ ພົງສຸລິຍາ ເພັງຄຸນ ຮອງຫົວໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ,
ພັນໂທ ແກ ນາວາ ຫົວໜ້າການເມືອງ ໂຮງຮຽນເຫຼົ່າຮົບສື່ສານ 205 ກົມໃຫຍ່ເສນາທິການກອງທັບ, ພັນໂທ ທອງສອນ ແກ້ວບົວທອງ ຫົວ
ໜ້າການເມືອງ ກອງສຳຫຼວດວັນແທກແຜນທີ່ ກົມໃຫຍ່ເສນາທິການກອງທັບ, ພັນໂທ ພອນແກ້ວ ສຸລິວັນວົງສາ ຫົວໜ້າການເມືອງກອງຍິງ
ປຶນກອງທັບ 199 ກົມໃຫຍ່ເສນາທິການກອງທັບ, ພັນໂທ ທອງບິນ ບຸນທະວິໄລ ຮອງຫົວໜ້າກົມປ້ອງກັນພາຍໃນກອງທັບ ກົມໃຫຍ່ການ
ເມຶອງກອງທັບ, ພັນໂທ ສີສຸພັນ ອິນສີມີໄຊ ຮອງຫົວໜ້າກົມປະກັນສັງຄົມກອງທັບ ກົມໃຫຍ່ການເມືອງກອງທັບ, ພັນໂທ ພັນສະໄໝ ວິໄລ
ຮອງຫົວໜ້າກົມກົດໝາຍ ກົມໃຫຍ່ການເມືອງກອງທັບ, ພັນໂທ ພູວົງ ບຸດສະດີ ຫົວໜ້າອົງການໄອຍະການທະຫານພາກໃຕ້ ກົມໃຫຍ່ການ
ເມືອງກອງທັບ, ພັນໂທ ພອນປະເສີດ ສຸວັນນະລາດ ຮອງອຳນວຍການ ຫົວໜ້າຫ້ອງອົບຮົມ ຄົ້ນຄວ້າວິທະຍາສາດ ໂຮງໝໍສູນກາງ 103 ກອງ
ທັບ, ພັນໂທ ສີສຸບັນ ທິປະພັນ ຮອງຫົວໜ້າການເມືອງ ຫົວໜ້າຫ້ອງການເມືອງ ວິທະຍາຄານການແພດກອງທັບ, ພັນໂທ ວິໄລ ສຸກອງມີ ຮອງ
ຫົວໜ້າກົມກໍ່ສ້າງ ຄຸ້ມຄອງຊັບສີນ ກົມໃຫຍ່ພະລາທິການກອງທັບ, ພັນໂທ ວິນທອງ ໄຊຍະວົງ ຮອງຫົວໜ້າກົມເສນາ ເຕັກນິກ ກົມໃຫຍ່ເຕິກ
ນິກກອງທັບ, ພັນໂທ ພອນທອງ ພົມສົມບັດ ຫົວໜ້າການທະຫານ ສາງ ອ5 ກົມໃຫຍ່ເຕັກນິກກອງທັບ, ພັນໂທ ຂັນຄຳ ຄຳພູມີ ຮອງຫົວໜ້າ
ກົມຄົ້ນຄວ້າສັງລວມ ຫ້ອງວ່າການກະຊວງປ້ອງກັນປະເທດ, ພັນໂທ ສຸດາສິນ ບຸນເລີດ ຮອງຫົວໜ້າຫ້ອງການບໍລິຫານ ຫ້ອງວ່າການກະຊວງ
ປ້ອງກັນປະເທດ, ພັນໂທ ປັນທະວີ ສີສົງຄາມ ຮອງອຳນວຍການບໍລິສັດລັດວິສາຫະກິດ ລາວເດີນອາກາດ, ພັນໂທ ບຸນມີ ມາລາວົງ ຮອງອຳ
ນວຍການບໍລິສັດ ສະຕາໂທລະຄົມ, ພັນໂທ ສຸລະພົນ ວົງໄຊ ແພດປະຈຳ ທ່ານ ທອງລຸນ ສີສຸລິດ, ພັນໂທ ນູພາບ ລີບຸນຍະເສົາ ແພດປະຈຳ
ທ່ານ ຈັນສີ ໂພສີຄຳ, ພັນໂທ ຄຳສ້ອຍ ສີພອນໄຊ ແພດປະຈຳ ທ່ານ ໄຊສົມພອນ ພົມວິຫານ, ພັນໂທ ໄພວັນ ພິຈິດ ຫົວໜ້າຫ້ອງການ 21
ກົມ 213, ພັນໂທ ໄຊຊະນະ ສິມມະວົງ ຫົວໜ້າຫ້ອງພະລາທິການ ກົມ213, ພັນໂທ ບຸນທັນ ສຸລິຍະແສງ ຫົວໜ້າຫ້ອງວິທະຍາສາດ ກົມ
ວິທະຍາສາດປະຫວັດສາດການທະການ, ພັນໂທ ວັນດີ ຄຳໄຊຫົງ ຮອງຫົວໜ້າກົມ ກົມການເງິນ ກະຊວງປ້ອງກັນປະເທດ, ພັນໂທ ສົມຈັນ
ກອງໄຊສອນ ຫົວໜ້າຫ້ອງການ ແລະ ບໍລິຫານ ກອງພົນທີ 1, ພັນໂທ ບຸນແຖວ ແກ້ວດວງດີ ຫົວໜ້າການທະຫານ ກອງພັນໃຫຍ່ 101 ກອງ
ພົນທີ 1, ພັນໂທ ສົມດີ ໄຊຍະລາດ ຫົວໜ້າການທະຫານ ກອງພັນໃຫຍ່ 202 ກອງພົນທີ 2, ພັນໂທ ຄຳສອນ ໄຊສົງຄາມ ຫົວໜ້າການທະ
ຫານ ກອງພັນໃຫຍ່ 302 ກອງພົນທີ 3, ພັນໂທ ຈັນທຸມມາ ນໍອາມາດ ຮອງຫົວໜ້າຫ້ອງການເມືອງກອງພົນທີ 4, ພັນໂທ ສຳລີ ຈັນທະວົງ
ຫົວໜ້າການເມືອງ ກອງພັນໃຫຍ່ 501 ກອງພົນທີ 5, ພັນໂທ ໄຊສົມພອນ ດວງຈັນທາ ຫົວໜ້າການທະຫານ ກອງພັນໃຫຍ່ 502 ກອງພົນ
ທີ 5, ພັນໂທ ບຸນຈັນ ທອງອ່ອນປະເສີດ ຮອງຮັບຜິດຊອບວຽກງານພະລາທິການ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງ
ຜົ້ງສາລີ, ພັນໂທ ບຸນຈັນ ສີທະບຸນ ຮອງຫົວໜ້າການທະຫານ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍ່ແກ້ວ, ພັນໂທ ບຸນ
ທອງ ໄຊຍະແສງ ຮອງຮັບຜິດຊອບວຽກງານພະລາທິການ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງອຸດົມໄຊ, ພັນໂທ ຄຳ
ສິງ ພອນປະເສີດ ຮອງຮັບຜິດຊອບວຽກງານເຕັກນິກ ຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງອຸດົມໄຊ, ພັນໂທ ປິ່ນແກ້ວ ປະ
ອິນພອນ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງຊຽງຂວາງ, ພັນໂທ ມອນສີ ບຸດລະມິດ ຫົວໜ້າຫ້ອງ ແລະ ບໍລິຫານ
ກອງບັນຊາການທະຫານແຂວງໄຊສົມບູນ, ພັນໂທ ສິງຄຳ ທິບພາວົງ ຫົວໜ້າຫ້ອງການ ປກຊ-ປກສ ແຂວງວຽງຈັນ, ພັນໂທ ເພັດສະໄໝ ໂຮມ
ຂະສິດ ຫົວໜ້າຫ້ອງການ ປກຊ-ປກສ ແຂວງບໍລິຄຳໄຊ, ພັນໂທ ຄຳສາ ຮຽມຈຳປາຄຳ ຫົວໜ້າຫ້ອງການ ປກຊ-ປກສ ແຂວງສະຫວັນນະເຂດ,
ພັນໂທ ສິດປະເສີດ ນວນມະນີວົງ ຮອງຫົວໜ້າການເມືອງ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຈຳປາສັກ, ພັນໂທ ແສງສຸລີ
ເມກເມືອງໄຊ ຮອງຫົວໜ້າການທະຫານ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງອັດຕະປຶ, ພັນໂທ ສົມແພງ ແກ້ວສີລາ ຫົວ
ໜ້າການທະຫານ ກອງພັນໃຫຍ່ 11, ພັນໂທ ອຸໄທ ຖະໜອມໃຈ ຫົວໜ້າການເມືອງ ກອງພັນໃຫຍ່ 611, ພັນໂທ ສິງ ບຸນນີວົງ ຫົວໜ້າຫ້ອງ
ການຄຸ້ມຄອງ ໂຄງການຫຼັດສູດວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ພັນໂທ ປະດິດ ສິນທຳ ຮອງຫົວໜ້າການທະຫານ ຫົວໜ້າ
ຫ້ອງອົບຮົມກໍ່ສ້າງ ວິທະຍາຄານ ນາຍທະຫານບົກ ກົມມະດຳ, ພັນໂທ ບົວແກ້ວ ກິ່ງບຸດດີ ຮອງຮັບຜິດຊອບວຽກງານພະລາທິການ ຫົວໜ້າ
ຫ້ອງພະລາທິການ ໂຮງຮຽນກໍ່ສ້າງນາຍສິບເລກ 1, ພັນໂທ ຄຳຈັນ ແສນມະນີ ຮອງຫົວໜ້າການທະຫານ ຫົວໜ້າຫ້ອງການອົບຮົມ ໂຮງຮຽນ
ນາຍສິບເຫຼົ່າຮົບ.

     ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດທາງຊີ້ນຳຫລາຍບັນຫາສຳຄັນ ຕໍ່ນາຍທະຫານ
ທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງເນັ້ນໜັກໃຫ້ນາຍທະຫານແຕ່ລະສະຫາຍ ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງຮອບດ້ານ, ພ້ອມກັນຍົກ
ສູງຄວາມຮັບຜິດຊອບການເມືອງຂອງຕົນຢ່າງເປັນເຈົ້າການ, ເປັນຫລັກແຫລ່ງໃນການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ສຸມໃສ່
ແບບແຜນວິທີເຮັດວຽກໃຫ້ຮັດກຸມ ແລະ ເປັນບັນຫາສຳຄັນບົນພື້ນຖານຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່
ຄະນະ, ແບບແຜນການເຮັດວຽກຕ້ອງມີຂັ້ນຕອນ, ມີຈຸດສຸມ ແລະ ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສຳເລັດສູງກວ່າເກົ່າ ເພື່ອພ້ອມກັນ
ກໍ່ສ້າງກອງທັບປະຊາຊົນລາວກ້າວຂຶ້ນ ເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝ.

ແຫຼ່ງຂ່າວໂດຍ ນາງ ຄຳປ໋ອກ
ວັນທີ 15/01/2024